ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
======000======
ແຂວງຫົວພັນ
ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ເລກທີ,,,,,,,/ ພວຕ.ຫພ.
ໂທ/ແຟັກ 064 312 027 ຊໍາເໜືອ, ວັນທີ………………..
ແຈ້ງການ
ຮຽນ: ບັນດາທ່ານຫົວໜ້າພະແນກການ, ອົງການທຽບເທົ້າ, ກອງບັນຊາການ ປກສ, ກອງບັນຊາ
ການທະຫານ ອ້ອມຂ້າງແຂວງ.
ເລື່ອງ: ລາຍງານຜູ້ທີ່ຮັບຕຳແໜ່ງບໍລິຫານຂອງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ.
- ອິງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີຂັ້ນແຂວງ ແລະ ນະຄອນຫລວງ, ສະບັບເລກທີ່ 047/ກວຕ, ລົງວັນທີ່ 02/02/2012.
- ອິງຕາມການຊັບຊ້ອນໜ້າທີ່ວຽກງານ.
ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ຂໍຖືເປັນກຽດແຈ້ງມາຍັງທ່ານ ບັນດາພະແນກການອ້ອມຂ້າງແຂວງ, ກອງບັນຊາການປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ ພາຍໃນອ້ອມຂ້າງແຂວງຮັບຊາບ ເຊິ່ງລາຍລະອຽດມີລາຍຊື່ດັ່ງລຸ່ມນີ້:
- ທ່ານ ປອ ສົມທອງ ວິໄລພົນ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ.
- ທ່ານ ສົມຈິດ ພັນພິພັກ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ.
- ທ່ານ ວົງພັນ ຈັນງາຄຳ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ.
- ທ່ານ ໄພຊຳ ພົມມະສອນ ຫົວໜ້າຫ້ອງການ.
- ທ່ານ ສາຍແກ້ວ ຈັນທະລັງສີ ຫົວໜ້າຂະແໜງ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ.
- ທ່ານ ນ ສຸລິລັກ ຄຳວົງສາ ຫົວໜ້າຂະແໜງ ເຕັກໂນໂລຊີ, ຂໍ້ມູນຂ່າວສານ.
- ທ່ານ ນ ເອິນມະນີ ສອນມີໄຊ ຮອງຫົວໜ້າຫ້ອງການ.
- ທ່ານ ນ ພວງຈັນ ສິງຄຳພັດ ຮອງຫົວໜ້າຂະແໜງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
ດັ່ງນັ້ນ, ຈິ່ງລາຍງານມາຍັງທ່ານເພື່ອຮັບຊາບ.
ດ້ວຍຄວາມນັບຖືຢ່າງສູງ
ຫົວໜ້າພະແນກ
- ບ່ອນສົ່ງ:
- ພະແນກການອ້ອມຂ້າງແຂວງ 1 ສະບັບ.
- ສຳເນົາ 1 ສະບັບ.