- ອິງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຫົວພັນສະບັບເລກທີ່ 944/ຈຂ-ຫພ, ລົງວັນທີ່ 22 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫົວພັນ.
- ອິງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີຂັ້ນແຂວງ ແລະ ນະຄອນຫລວງ, ສະບັບເລກທີ່ 047/ກວຕ, ລົງວັນທີ່ 02 /02/2012.
ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫົວພັນຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຫົວພັນສະບັບເລກທີ່ 944/ຈຂ-ຫພ, ລົງວັນທີ່ 22 ສິງຫາ 2016 ວ່າດ່ວຍການແຕ່ງຕັ້ງ:
- ທ່ານ ປອ ສົມທອງ ວິໄລພົນ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫົວພັນ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດາພະແນກການ, ອົງການທຽບເທົ່າ ແລະ ບັນດາເມືອງອ້ອມຂ້າງແຂວງຫົວພັນຈົ່ງຮັບຊາບ ແລະ ພ້ອມກັນປະຕິບັດຕາມຂໍ້ຕົກລົງສະບັບດັ່ງກ່າວໃຫ້ເປັນຢ່າງດີ.